If you have a problem for view. Please click here.
- ຫຼັກການແລະເຫດຜົນ
ໂຄງການພັດທະນາສູນກາງຄວາມຮູ້ແຫ່ງຊາດ (TKC: Thailand Knowledge Center) ເປັນໂຄງການທີ່ກະຊວງໄດ້ດຳເນີນການມາຕັ້ງແຕ່ປີ 2005 ໂດຍມີວັດຖູປະສົງເພື່ອເປັນສູນກາງໃນການລວມຄວາມຮູ້ສາຂາວິຊາຕ່າງໆເພື່ອໃຫ້ປະຊາຊົນທົ່ວໄປສາມາດເຂົ້າມາສຶກສາຄວາມຮູ້ໄດ້ຈາກທຸກທີ່ທຸກເວລາໂດຍຜ່ານທາງ web portal ທີ່ເນັ້ນການຈັດເກັບແລະການເຜີຍແຜ່ຄວາມຮູ້ໃນລັກສະນະສື່ດີຈິຕອນແລະສື່ປະສົມທີ່ເຂົ້າໃຈງ່າຍແລະມີຄວາມໜ້າສົນໃຈສາມາດນຳໄປໃຊ້ປະໂຫຍດໃນການສຶກສາຄົ້ນຄົ້ວແລະປະກອບອາຊິບໄດ້ຕໍ່ໄປຕະຫຼອດໄລຍະເວລາ 6 ປີທີ່ຜ່ານມາກະຊວງໄດ້ດຳເນີນໂຄງການພັດທະນາສູນກາງຄວາມຮູ້ແຫ່ງຊາດ (TKC) ທາງດ້ານການພັດທະນາໂຄງສ້າງພື້ນຖານຮາດແວຊອບແວເພື່ອຮອງຮັບການຈັດເກັບທີ່ທັນສະໄໝແລະສາມາດລວມຄວາມຮູ້ໃນສາຂາວິຊາຕ່າງໆຢ່າງຫຼວງຫຼາຍອາດຈະເວົ້າໄດ້ວ່າຄວາມຮູ້ທີ່ມີຢູ່ໃນເວັບ TKC ນັ້ນຈະຕ້ອງມີການພັດທະນາຕະຫຼອດເວລາເພື່ອເພີນປະສົບການຈາກຜູ້ຄົນທີ່ສົນໃຈໃນສາຂາວິຊາຕ່າງໆ. ຕະຫຼອດເວລາແລະສາມາດໃຊ້ເປັນແຫຼ່ງຄົ້ນຄົ້ວຫາຄວາມຮູ້ຂອງຄົນລູ້ນໃຫມ່ທີ່ໃຊ້ສື່ອີເລັກໂທນິກໄດ້ຢ່າງມີປະສິດຕິພາບອີກຊ່ອງທາງໜຶ່ງເຊິ່ງໃນປີງົບປະມານ 2011 ທີ່ຜ່ານມານັ້ນໂຄງການພັດທະນາສູນກາງຄວາມຮູ້ແຫ່ງຊາດ TKC ໃນຮູບແບບຂອງສັງຄົມອອນລາຍ (social network) ແລະ wiki ໃນການຈັດເຮັດແວບຖ້າເພື່ອໃຫ້ນັກຮຽນ,ນັກສຶກສາແລະປະຊາຊົນທົ່ວໄປໄດ້ນຳເອົາຄວາມຮູ້ໄປໃຊ້ປະໂຫຍດມີການແລກປ່ຽນຖ່າຍທອດຄວາມຮູ້ໃນແວບນຳໄປເຜີຍແຜ່ໃນວົງການເຄືອຂາຍຂອງສັງຄົມອອນລາຍແລະຍັງສາມາດແກ້ໄຂປັບປຸງອົງຄວາມຮູ້ໃຫ້ຖືກຕ້ອງຕາມປັດຈຸບັນແລະໃຊ້ເຄື່ອງມືໃນການສ້າງຄວາມຮູ້ສຳລັບປະຊາຊົນ,ໜ່ວຍງານພາກລັດແລະໜ່ວຍງານພາກເອກະຊົນໃຫ້ສາມາດເຂົ້າມາສຶກສາຫາຄວາມຮູ້ໄດ້ຕະຫຼອດເວລາ.
ການພັດທະນາສຶກສາເນື້ອໃນ (Content ) ແລະໂປແກຣມທີ່ ຄົ້ນຄົ້ວປັບປຸງໃຫມ່ (Application) ທີ່ເປັນປະໂຫຍດຕໍ່ການສຶກສາ ,ການແພດ,ການປ້ອງກັນຊີວິດແລະຊັບສີນ , ສາດສະໜາແລະວັດທະນາທຳ. ການຮັກສາສິ່ງແວດລ້ອມແລະການດຳລົງຊີວິດປະຈຳວັນເປັນຕົ້ນລວມທັງການລົດປັນຫາຄວາມແຕກຕ່າງຂອງປະຊາຊົນໃນການເຂົ້າເຖີງເນື້ອໃນບັນຫາແລະຄວາມຮູ້ຕ່າງໆແລະຈາກຂໍ້ຄິດເຫັນຂອງວຸດທິສະພາທີ່ຕ້ອງການໃຫ້ກະຊວງເທັກໂນໂລຢີແລະການສືກສາຮັບຜິດຊອບໃນການສ້າງບ່ອນຄວາມຮູ້ແຫ່ງຊາດ (TKC) ຈຳເປັນຕ້ອງໄດ້ຮັບການພັດທະນາຢ່າງຕໍ່ເນື່ອງເພື່ອຮອງຮັບເທັກໂນໂລຢີໃໝ່ໆໃນການສ້າງແລະປັບປຸງອົງຄວາມຮູ້ໃຫ້ຖຶກຕ້ອງຕາມປັດຈຸບັນແລະພັດທະນາໃຫ້ເປັນບ່ອນຄວາມຮູ້ທີ່ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍໂດຍການປັບໂຄງສ້າງຂອງຄບ່ອນຄວາມຮູ້ແຫ່ງຊາດໃຫ້ກ້າວສູ້ການເປັນແວບຫຼັກຂອງອົງຄວາມຮູ້ຂອງປະເທດໄທໃນທູກດ້ານ(Thailand Knowledge Portal) ພັດທະນາໃຫ້ເກີດສັງຄົມແຫ່ງການຮຽນຮູ້ຢຸດໃໝ່ໂດຍຖືເປັນການລົດຊ່ອງວ່າງການຮຽນຮູ້ຂອງເດັກແລະສ້າງຄວາມເທົ່າທຽມໃນສັງຄົມຊຶ່ງຈະພັກດັນໃຫ້ປະເທດໄທເປັນສັງຄົມແຫ່ງການສ້າງພູມີປັນຍາແລະການຮຽນຮູ້ (Knowledge Base Society) ໄດ້ໃນທີ່ສູດ.
2. ວັດຖຸປະສົງ
2.1. ເພື່ອພັດທະນາເວບໄຊສູນກາງຄວາມຮູ້ແຫ່ງຊາດ (TKC) ໃຫ້ເປັນເວບຫຼັກຊອງປະເທດໃນການບໍລິການຂໍ້ມູນເນື້ອໃນແລະຄວາມຮູ້ແກ່ປະຊາຊົນນັກຮຽນ,ນັກສຶກສາຢ່າງທົ່ວເຖີງແລະເທົ່າທຽມກັນສ້າງສັງຄົມແຫ່ງການຮຽນຮູ້ຕະຫຼອດຊີວິດ(Knowledge Base Society)
2.2.ເພື່ອຈັດເຮັດແລະລວບລວມອົງຄວາມຮູ້ທີ່ມີຢູ່ຢ່າງຫຼວງຫຼາຍໃຫ້ເປັນໝວດໝູ່ແລະງ່າຍຕໍ່ການເຂົ້າໃຈຂອງປະຊາຊົນທຸກເພດທຸກໄວໂດຍເວບໄຊສູນກາງຄວາມຮູ້ແຫ່ງຊາດຈະເປັນລະບົບຄັງຄວາມຮູ້ແຫ່ງຊາດອອນລາຍ (Online Knowledge System)
2.3. ເພື່ອຈັດເຮັດເວບໄຊສູນກາງຄວາມຮູ້ແຫ່ງຊາດ (TKC) ໃຫ້ເປັນເວບໄຊທີ່ທູກຄົນເຂົ້າເຖີງໃດ້ຕາມມາດຕະຖານເບື້ອງຕົ້ນ WCAG ຂອງ World Wide Web Consortium (W3C) ແລະລົດປັນຫາການຄວາມລຳບາກຂອງປະຊາຊົນເຖີງອົງຄວາມຮູ້.
-
การพัฒนาระบบจัดการฐานข้อมูลเชิงสัมพันธ์ส่วนภาษาฐานข้อมูล
-
การประยุกต์ใช้ระบบสารสนเทศสำหรับผู้บริหารระดับสูงในการบริหารมหาวิทยาลัย
-
เครื่องมือสำหรับการเรียนการสอนบนเว็บ
-
ต้นแบบการส่งสัญญาณระยะไกลในการตรวจวัดชีพจร
-
การออกแบบเครือข่ายคอมพิวเตอร์ของสถาบันราชภัฎอุบลราชธานี
-
การพัฒนาภาษาสอบถามฐานข้อมูล SQL
-
โปรแกรมคำสั่งปฏิบัติการฐานข้อมูลแบบพีชคณิตสัมพันธ์
-
ระบบงานสารสนเทศภูมิศาสตร์ แผนที่ภาษีและทะเบียนทรัพย์สินขององค์การบริหารส่วนตำบล
-
โครงสร้างและการประมวลผลฐานข้อมูลงานบัญชีการเงินทางธุรกิจ
-
ซอฟต์แวร์สำหรับการวัดและประเมินผลการเรียนการสอน
-
การมีส่วนร่วมและความคิดเห็นของสมาชิกกับการดำเนินงานของสหกรณ์การเกษตร ในจังหวัดตรัง
-
ความต้องการการฝึกอบรมวิชาชีพเกษตรกรรมของเกษตรกรในอำเภอภาชี จังหวัดพระนครศรีอยุธยา
-
การสร้างระบบสารสนเทศเพื่อการบริหารคุณภาพการศึกษาของสถานศึกษาขั้นพื้นฐานในสามจังหวัดชายแดนภาคใต้
-
ผลการปฎิบัติงานวิชาการของผู้บริหารโรงเรียนมัธยมศึกษาจังหวัดนครศรีธรรมราช
-
ทัศนะของผู้บริหารและครูผู้สอนต่อการบริหารงานของคณะกรรมการสหกรณ์ออมทรัพย์ครูสตูล









